
ປະກາດຮັບສະໝັກ
ພະນັກງານການຕະຫຼາດ 10 ຕໍາແໜ່ງ (ປະຈຳນະຄອນຫຼວງວຽງຈັນ)
- ໜ້າທີ່ຮັບຜິດຊອບ:
- ຊອກຫາລູກຄ້າ
- ໃຫ້ຄຳປຶກສາລູກຄ້າ, ຈ່າວຂາຍ, ເຊັນສັນຍາ, ອອກສັນຍາປະກັນໄພ, ເກັບຄ່າທຳນຽມ.
- ກໍ່ສ້າງ, ຄຸ້ມຄອງ ແລະ ພັດທະນາລະບົບຕົວແທນ, ຜູ້ຮ່ວມງານ.
- ໃຫ້ບໍລິການລູກຄ້າໃນຂອບເຂດທີ່ຕົນຮັບຜິດຊອບ, ຕິດຕາມ, ແນະນຳລູກຄ້າ, ຕົວແທນ, ຜູ້ຮ່ວມງານ.
- ເງື່ອນໄຂ:
- ເພດຊາຍ ຫຼື ຍິງ.
- ລະດັບການສຶກສາຊັ້ນສູງຂື້ນໄປ, ມີຄວາມຮູ້ກ່ຽວກັບປະກັນໄພ.
- ມີຄວາມຮູ້ກ່ຽວກັບຜະລິດຕະພັນ ແລະ ທຸລະກິດປະກັນໄພ.
- ມີຄວາມສາມາດໃນການຂາຍ ແລະ ທັກສະການສື່ສານ.
- ບຸກຄະລິກດີ, ມີໄຫວພິບ, ມີຫົວຄິດປະດິດສ້າງ, ມີແບບແຜນການເຮັດວຽກ.
- ຖ້າມີປະສົບການຈະພິຈາລະນາເປັນພິເສດ.
- ເອກະສານປະກອບໃນການສະໝັກ
– ແບບຟອມສະໝັກວຽກ: ພົວພັນເອົາໂດຍກົງທີ່ບໍລິສັດ ຫຼື ດາວໂຫຼດໃນເວັບໄຊ www.bshlao.com
– ໃບປະກາດ + ໃບຄະແນນ
– ສຳມະໂນຄົວ ຫຼື ບັດປະຈຳຕົວ
– ໃບຢັ້ງຢືນທີ່ຢູ່
– ຊີວະປະຫວັດທົ່ວໄປ (ເພົາ 4 ໜ້າ)
– ໃບຢັ້ງຢືນຮັບປະກັນ
– ໃບຢັ້ງຢືນສຸຂະພາບ
– ໃບແຈ້ງໂທດ
– ຮູບ 3×4 ຈຳນວນ 2 ໃບ
(ທຸກເອກະສານທີ່ປະກອບໃນການສະໝັກວຽກແມ່ນບໍ່ສາມາດຖອນຄືນໄດ້)
ຈະພິຈາລະນາເປັນພິເສດສຳລັບຜູ້ສະໝັກທີ່ສົ່ງເອກະສານສະໝັກກ່ອນ
ສຳພາດຊຸດທີ 1: ກ່ອນວັນທີ 31/08/2022
ສຳພາດຊຸດທີ 2: ກ່ອນວັນທີ 15/09/2022
- ເງິນເດືອນລົມຕອນສຳພາດ, ສະຫວັດດີການດີ
- ສົນໃຈຕິດຕໍ່ພົວພັນເອົາແບບຟອມສະໝັກ ແລະ ສົ່ງເອກະສານຢູຫ້ອງການບໍລິສັດ ປະກັນໄພ ບີເອັສເຮສ ລາວ ຈຳກັດ;
ທີ່ຢູ່: ຖະໜົນສາຍລົມ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
ຫຼື ສົ່ງທາງເມວ: hr.bshlao@bshc.com.vn
ໂທລະສັບ: 020 28923294