Sacombank Laos ແລະ BSH Laos ລົງນາມສັນຍາໃນການຮ່ວມມືຮອບດ້ານ
ຕອນບ່າຍຂອງວັນທີ 23 ສິງຫາ 2024 ທີ່ນະຄອນຫຼວງວຽງຈັນ, ທະນາຄານໄຊງ່ອນເທື່ອງຕິ່ນ ລາວຈຳກັດ ຜູ້ດຽວ (Sacombank Laos) ແລະ ບໍລິສັດປະກັນໄພ BSH Lao ຈຳກັດ ໄດ້ລົງນາມໃນສັນຍາການຮ່ວມມືຮອບດ້ານຢ່າງເປັນທາງການ. ພິທີລົງນາມໄດ້ຈັດຂຶ້ນໂດຍການເຂົ້າຮ່ວມຂອງທ່ານ Trần Đình Nam, ຮອງຜູ້ອຳນວຍການໃຫຍ່ Sacombank Laos ແລະ ທ່ານ Nguyễn Mậu Hùng Minh, ຜູ້ອຳນວຍການໃຫຍ່ BSH Laos ໂດຍການເປັນສັກຂີພິຍານຂອງທ່ານ Phan Thanh Tuấn, ຜູ້ອຳນວຍການໃຫຍ່ Sacombank Laos. ແລະ ທ່ານ ອາໂນລົດ ພັນທະວົງສາ ຮອງປະທານສະພາບໍລິຫານ ບໍລິສັດ BSH Laos ພ້ອມດ້ວຍພະນັກງານຈາກທັງສອງຝ່າຍເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ພິທີເຊັນສັນຍາການຮ່ວມມືລະຫວ່າງ Sacombank Laos ແລະ BSH Laos Insurance ພາຍຫຼັງພິທີລົງນາມ, ຜູ້ແທນທັງສອງຝ່າຍໄດ້ສະເໜີເນື້ອໃນການຮ່ວມມືຍຸດທະສາດ. Sacombank Laos ແລະ BSH Laos Insurance ຈະຮ່ວມກັນພັດທະນາ ແລະ ນຳໃຊ້ຜະລິດຕະພັນ ແລະ ການບໍລິການທາງດ້ານການເງິນແບບປະສົມປະສານ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ເພີ່ມຂຶ້ນໃນລາວ. ໂດຍສະເພາະ, ສັນຍານີ້ລວມມີ Sacombank Laos ສະໜອງຜະລິດຕະພັນປະກັນໄພຂອງບໍລິສັດ BSH Laos ຜ່ານລະບົບສາຂາຂອງທະນາຄານ, ຊ່ວຍໃຫ້ລູກຄ້າເຂົ້າເຖິງປະກັນໄພແບບຄົບວົງຈອນ. ໃນຂະນະດຽວກັນ,…