ປະກາດຮັບສະໝັກພະນັກງານບັນຊີ – ບໍລິຫານ

ປະກາດຮັບສະໝັກ

ພະນັກງານບັນຊີ – ບໍລິຫານ 01 ຕໍາແໜ່ງ (ປະຈຳນະຄອນຫຼວງວຽງຈັນ)

  1. ໜ້າທີ່ຮັບຜິດຊອບ:
  • ກວດກາເອກະສານກ່ອນເຮັດໃບຮັບເງິນ, ໃບສັ່ງຈ່າຍ, ລົງບັນຊີ,…
  • ກວດກາຄ່ານາຍໜ້າຂອງຕົວແທນ ແລະ ຄິດໄລ່ອາກອນລາຍຮັບຕົວແທນປະຈຳເດືອນ
  • ຄຸ້ມຄອງໃບເກັບເງິນອາກອນ – ປື້ມສັນຍາປະກັນໄພ
  • ຮັບຜິດຊອບບຸກຄະລາກອນ
  • ຄິດໄລ່ວັນງານຂອງພະນັກງານປະຈຳເດືອນ
  • ຄິດໄລ່ເງິນເດືອນ, ປະກັນສັງຄົມ, ອາກອນລາຍຮັບພະນັກງານ
  • ຊ່ອຍວຽກບັນຊີ – ບໍລິຫານ
  • ປະຕິບັດໜ້າວຽກອື່ນໆທີ່ພະແນກ, ອຳນວຍການມອບໝາຍໃຫ້
  1. ເງື່ອນໄຂ:
  • ລະດັບການສຶກສາຈົບຊັ້ນສູງຂື້ນໄປ (ຈະພິຈາລະນາເປັນພິເສດ ສຳລັບຜູ້ຮຽນດ້ານບັນຊີ – ການເງິນ)
  • ສາມາດສື່ສານພາສາຫວຽດນາມ (ເວົ້າ, ຂຽນ, ອ່ານ) ໄດ້ໃນລະດັບດີ
  • ສາມາດນຳໃຊ້ຄອມພີວເຕີໄດ້ເປັນຢ່າງດີ.
  • ມີຄວາມຊື່ສັດ, ອົດທົນ, ກະຕືລືລົ້ນກັບໜ້າວຽກ, ມີຄວາມສາມັກຄີກັບເພື່ອນຮ່ວມງານ
  • ເອກະສານປະກອບໃນການສະໝັກ

–        ແບບຟອມສະໝັກວຽກ:ພົວພັນເອົາໂດຍກົງທີ່ບໍລິສັດ ຫຼື ດາວໂຫຼດໃນເວັບໄຊ www.bshlao.com

–        ໃບປະກາດ + ໃບຄະແນນ

–        ສຳມະໂນຄົວ ຫຼື ບັດປະຈຳຕົວ

–        ໃບຢັ້ງຢືນທີ່ຢູ່

–        ຊີວະປະຫວັດທົ່ວໄປ (ເພົາ 4 ໜ້າ)

–        ໃບຢັ້ງຢືນຮັບປະກັນ

–        ໃບຢັ້ງຢືນສຸຂະພາບ

–        ໃບແຈ້ງໂທດ

–        ຮູບ 3×4 ຈຳນວນ 2 ໃບ

(ທຸກເອກະສານທີ່ປະກອບໃນການສະໝັກວຽກແມ່ນບໍ່ສາມາດຖອນຄືນໄດ້)

ຈະພິຈາລະນາເປັນພິເສດສຳລັບຜູ້ສະໝັກທີ່ສົ່ງເອກະສານສະໝັກກ່ອນ

ສຳພາດຊຸດທີ 1: ກ່ອນວັນທີ 31/08/2022

ສຳພາດຊຸດທີ 2: ກ່ອນວັນທີ 15/09/2022

  • ເງິນເດືອນລົມຕອນສຳພາດ, ສະຫວັດດີການດີ
  • ສົນໃຈຕິດຕໍ່ພົວພັນເອົາແບບຟອມສະໝັກ ແລະ ສົ່ງເອກະສານຢູຫ້ອງການບໍລິສັດ ປະກັນໄພ ບີເອັສເຮສ ລາວ ຈຳກັດ;

ທີ່ຢູ່: ຖະໜົນສາຍລົມ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ

ຫຼື ສົ່ງທາງເມວ: hr.bshlao@bshc.com.vn

ໂທລະສັບ: 020 28923294