
ປະກາດຮັບສະໝັກ
ພະນັກງານແກ້ໄຂຄະດີ 01 ຕໍາແໜ່ງ (ປະຈຳນະຄອນຫຼວງວຽງຈັນ)
- ໜ້າທີ່ຮັບຜິດຊອບ:
- ຮັບແຈ້ງເຫດຈາກລູກຄ້າ, ແນະນຳລູກຄ້າປະກອບເອກະສານ
- ໄປກວດກາປະເມີນອຸປະຕິເຫດ
- ປະກອບເອກະສານແກ້ໄຂອຸປະຕິເຫດ
- ຮັບສາຍດ່ວນ Hotline, ຮັບຂໍ້ມູນອຸປະຕິເຫດ
- ພົວພັນກັບອູ່ສ້ອມແປງລົດເພື່ອເອົາລົດລູກຄ້າໄປແປງ
- ປະຕິບັດໜ້າວຽກອື່ນໆທີ່ພະແນກມອບໝາຍໃຫ້
- ເງື່ອນໄຂ:
- ລະດັບການສຶກສາຈົບຊັ້ນສູງຂື້ນໄປ.
- ເປັນຄົນລາວລຸ່ມ, ເພດຍິງ
- ສາມາດນຳໃຊ້ຄອມພີວເຕີໄດ້ເປັນຢ່າງດີ.
- ມີທັກສະໃນການສື່ສານ, ເຈລະຈາຕໍ່ລອງ, ໂນ້ມນ້າວ
- ບຸກຄະລິກດີ, ມີໄຫວພິບ, ມີຫົວຄິດປະດິດສ້າງ, ມີແບບແຜນການເຮັດວຽກຢ່າງມືອາຊິບ
- ຜູ້ສະໝັກຕ້ອງຮູ້ພາສາລາວ ແລະ ພາສາຫວຽດນາມ (ຄົນລາວຕ້ອງຮູ້ພາສາຫວຽດນາມ, ຄົນຫວຽດນາມຕ້ອງຮູ້ພາສາລາວ)
ເອກະສານປະກອບໃນການສະໝັກ
ແບບຟອມສະໝັກວຽກ:ພົວພັນເອົາໂດຍກົງທີ່ບໍລິສັດ ຫຼື ດາວໂຫຼດໃນເວັບໄຊ www.bshlao.com
– ໃບປະກາດ + ໃບຄະແນນ
– ສຳມະໂນຄົວ ຫຼື ບັດປະຈຳຕົວ
– ໃບຢັ້ງຢືນທີ່ຢູ່
– ຊີວະປະຫວັດທົ່ວໄປ (ເພົາ 4 ໜ້າ)
– ໃບຢັ້ງຢືນຮັບປະກັນ
– ໃບຢັ້ງຢືນສຸຂະພາບ
– ໃບແຈ້ງໂທດ
– ຮູບ 3×4 ຈຳນວນ 2 ໃບ
(ທຸກເອກະສານທີ່ປະກອບໃນການສະໝັກວຽກແມ່ນບໍ່ສາມາດຖອນຄືນໄດ້)
ຈະພິຈາລະນາເປັນພິເສດສຳລັບຜູ້ສະໝັກທີ່ສົ່ງເອກະສານສະໝັກກ່ອນ
ສຳພາດຊຸດທີ 1: ກ່ອນວັນທີ 31/08/2022
ສຳພາດຊຸດທີ 2: ກ່ອນວັນທີ 15/09/2022
- ເງິນເດືອນລົມຕອນສຳພາດ, ສະຫວັດດີການດີ
ສົນໃຈຕິດຕໍ່ພົວພັນເອົາແບບຟອມສະໝັກ ແລະ ສົ່ງເອກະສານຢູຫ້ອງການບໍລິສັດ ປະກັນໄພ ບີເອັສເຮສ ລາວ ຈຳກັດ;
ທີ່ຢູ່: ຖະໜົນສາຍລົມ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
ຫຼື ສົ່ງທາງເມວ: hr.bshlao@bshc.com.vn
ໂທລະສັບ: 020 28923294





