ປະກາດຮັບສະໝັກ
ພະນັກງານບັນຊີ – ບໍລິຫານ 01 ຕໍາແໜ່ງ (ປະຈຳນະຄອນຫຼວງວຽງຈັນ)
- ໜ້າທີ່ຮັບຜິດຊອບ:
- ກວດກາເອກະສານກ່ອນເຮັດໃບຮັບເງິນ, ໃບສັ່ງຈ່າຍ, ລົງບັນຊີ,…
- ກວດກາຄ່ານາຍໜ້າຂອງຕົວແທນ ແລະ ຄິດໄລ່ອາກອນລາຍຮັບຕົວແທນປະຈຳເດືອນ
- ຄຸ້ມຄອງໃບເກັບເງິນອາກອນ – ປື້ມສັນຍາປະກັນໄພ
- ຮັບຜິດຊອບບຸກຄະລາກອນ
- ຄິດໄລ່ວັນງານຂອງພະນັກງານປະຈຳເດືອນ
- ຄິດໄລ່ເງິນເດືອນ, ປະກັນສັງຄົມ, ອາກອນລາຍຮັບພະນັກງານ
- ຊ່ອຍວຽກບັນຊີ – ບໍລິຫານ
- ປະຕິບັດໜ້າວຽກອື່ນໆທີ່ພະແນກ, ອຳນວຍການມອບໝາຍໃຫ້
- ເງື່ອນໄຂ:
- ລະດັບການສຶກສາຈົບຊັ້ນສູງຂື້ນໄປ (ຈະພິຈາລະນາເປັນພິເສດ ສຳລັບຜູ້ຮຽນດ້ານບັນຊີ – ການເງິນ)
- ສາມາດສື່ສານພາສາຫວຽດນາມ (ເວົ້າ, ຂຽນ, ອ່ານ) ໄດ້ໃນລະດັບດີ
- ສາມາດນຳໃຊ້ຄອມພີວເຕີໄດ້ເປັນຢ່າງດີ.
- ມີຄວາມຊື່ສັດ, ອົດທົນ, ກະຕືລືລົ້ນກັບໜ້າວຽກ, ມີຄວາມສາມັກຄີກັບເພື່ອນຮ່ວມງານ
- ເອກະສານປະກອບໃນການສະໝັກ
– ແບບຟອມສະໝັກວຽກ:ພົວພັນເອົາໂດຍກົງທີ່ບໍລິສັດ ຫຼື ດາວໂຫຼດໃນເວັບໄຊ www.bshlao.com
– ໃບປະກາດ + ໃບຄະແນນ
– ສຳມະໂນຄົວ ຫຼື ບັດປະຈຳຕົວ
– ໃບຢັ້ງຢືນທີ່ຢູ່
– ຊີວະປະຫວັດທົ່ວໄປ (ເພົາ 4 ໜ້າ)
– ໃບຢັ້ງຢືນຮັບປະກັນ
– ໃບຢັ້ງຢືນສຸຂະພາບ
– ໃບແຈ້ງໂທດ
– ຮູບ 3×4 ຈຳນວນ 2 ໃບ
(ທຸກເອກະສານທີ່ປະກອບໃນການສະໝັກວຽກແມ່ນບໍ່ສາມາດຖອນຄືນໄດ້)
ຈະພິຈາລະນາເປັນພິເສດສຳລັບຜູ້ສະໝັກທີ່ສົ່ງເອກະສານສະໝັກກ່ອນ
ສຳພາດຊຸດທີ 1: ກ່ອນວັນທີ 31/08/2022
ສຳພາດຊຸດທີ 2: ກ່ອນວັນທີ 15/09/2022
- ເງິນເດືອນລົມຕອນສຳພາດ, ສະຫວັດດີການດີ
- ສົນໃຈຕິດຕໍ່ພົວພັນເອົາແບບຟອມສະໝັກ ແລະ ສົ່ງເອກະສານຢູຫ້ອງການບໍລິສັດ ປະກັນໄພ ບີເອັສເຮສ ລາວ ຈຳກັດ;
ທີ່ຢູ່: ຖະໜົນສາຍລົມ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
ຫຼື ສົ່ງທາງເມວ: hr.bshlao@bshc.com.vn
ໂທລະສັບ: 020 28923294