ປະກາດຮັບສະໝັກພະນັກງານ

 



 ບໍລິສັດ ປະກັນໄພ ບີເອັສເຮສ ລາວ ຈຳກັດ ແມ່ນບໍລິສັດ ປະກັນໄພ ທີ່ໄດ້ຮັບ ອະນຸຍາດລົງທຶນຢູ່ ສ.ປ.ປ ລາວ ນັບແຕ່ປີ 2016 ເປັນຕົ້ນມາ. ບໍລິສັດ ໄດ້ສ້າງຕັ້ງຂື້ນບົນພື້ນຖານການຮ່ວມມື ລະຫວ່າງ ບໍລິສັດຮຸ້ນສ່ວນປະກັນໄພໄຊງ່ອນ ຮ່າໂນ້ຍ BSH (ບໍລິສັດ ປະກັນໄພ ທືນຫວຽດນາມ 100% ) ແລະ ບໍລິສັດ S - TECH Development ( ບໍລິສັດ ທຶນຂອງລາວ 100%). ດັ່ງນັ້ນ, ບໍລິສັດຈື່ງມີຄວາມຕ້ອງການຮັບບຸກຄະລາກອນໃໝ່ເພື່ອມາເຮັດວຽກຍາວນານ ແລະ ໝັ້ນຄົງໃນແຕ່ລະຕຳແໜ່ງດັ່ງລູ່ມນີ້
                                              ປະກາດຮັບສະໝັກພະນັກງານ
                      ( ເລີ່ມຮັບສະໝັກແຕ່ວັນທີ 01/09/2017 ເຖີງວັນທີ 20/09/2017 )
 I. ພະແນກການຕະຫຼາດ 
 1. ຫົວໜ້າ/ ຮ່ອງຫົວໜ້າພະແນກການຕະຫຼາດປະຈຳນະຄອນຫຼວງວຽງຈັນ,ປາກເຊ
 _ ປະຈຳ ນະຄອນຫຼວງ 02 ຕຳແໜ່ງ
 _ ປະຈຳ ປາກເຊ 01 ຕຳແໜ່ງ
 a) ວຽກງານຄຸ້ມຄ້ອງ: ວຽກງານສ້າງແຜນການ, ຕິດຕາມ, ຊຸກຍຸ້ ປະຕິບັດແຜນງານດຳເນີນທຸລະກິິດຂອງບໍລິສັດ
 - ຄົ້ນຄ້ວາໃຫ້ລາຍລະອຽດຂອງເນື້ອໃນການປະກັນໄພໄດິຮັບອະນຸຍາດປະຕິບັດ
 - ທີ່ປືກສາໃຫ້ຄະນະນຳບໍລິສັດ ແລະ ມີສ່ວນຮ່ວມຢ່າງໂດຍກົງໃນການສ້າງແຜນທຸລະກິດຂອງບໍລິສັດປະຈຳປີ, ປະຈຳໄຕມາດໂດຍການສ້າງຫຼັກສູດ, ແຜນການງົບປະມານ ແລະ ບັນດາຄວາມຕ້ອງການຈັດຕັ້ງປະຕິບັດໃຫ້ເໝາະສົມ, ສ້າງແຜນທີ່ພັດທະນາລະບົບຂາຍ, ລະບົບຕົວແທນ, ມີສ່ວນຮ່ວມໃນການສຳເລັດ ແລະ ພັດທະນາຜະລິດຕະພັນໃໜ່.
 - ຝຶກອົບຮົມ,ແນະນຳພະນັກງານທີ່ຕົນຄຸ້ມຄ້ອງ.
 - ຊີ້ນຳທິດທາງ, ບໍລິຫານ, ລາຍງານ, ຊຸກຍູ້, ຊ່ວຍເຫຼືອພະນັກງານໃນພະແນກປະຕິບັດບັນດາວຽກງານໄດ້ມອບໝາຍ.
 - ຈັດຕັ້ງປະຕິບັດ, ລາຍງານຕາມຄວາມຕ້ອງການຂອງຜຸ້ນຳ.
 b) ວຽກງານການຕະຫຼາດຂອງພະແນກ:
 - ຈັດຕັ້ງປະຕິບັດແຜນການໄດ້ສ້າງຕັ້ງ ແລະ ແນະນຳໃຫ້ພະນັກງານພາຍໃນປະຕິບັດແຜນການ
 - ສ້າງຕັ້ງຕາໜ່າງການຂາຍ, ພັດທະນາບັນດາຈຸດທີ່ຂາຍ, ຕົວແທນປະກັນໄພ, ນາຍໜ້າປະກັນໄພ,ຜູ້ປະກອບການຂາຍປະກັນໄພ
 - ການແຈກຢາຍ, ຄຸ້ມຄ້ອງສັນຍາປະກັນໄພ
 - ຊອກຫາລູກຄ້າໂດຍກົງ,ປະຕິບັດການຂາຍ, ຜຸກມັດສັນຍາ, ອອກສັນຍາປະກັນໄພ.
 - ປະຕິບັດວຽກຊຳລະ.,ເກັບກຳ ແລະ ການໃຊ້ຈ່າຍເງິນຕາມລະບຽບ ຂອງບໍລິສັດ
 c) ວຽກງານຄຸ້ມຄ້ອງ ແລະ ໃຫ້ບໍລິການລຸກຄ້າ
 - ປະຕິບັດວຽກງານໃຫ້ບໍລິການລຸກຄ້າໃນຂອບເຂດທີ່ຕົນຮັບຜິດຊອບ, ເກັບກຳຂໍ້ມູນກ່ຽວກັບຄວາມສ່ຽງປະກັນໄພ, ຮັບເອົາ ແລະ ແກ້ໄຂຂັ້ນຕົ້ນຕໍ່ກັບຄວາມເສຍຫາຍຢູ່ໃນຂອບເຂດທີ່ BSH ຮັບຜິດຊອບ.
 - ຕິດຕາມເອກະສານຂອງລຸກຄ້າ, ລາຍງານສັນຍາຕໍ່, ເກັບໄວ້ການສື່ສານກັບລູກຄ້າ ແລະ ແນະນຳ, ຊ່ວຍເຫຼືອໃຫ້ລູກຄ້າໃນເວລາທີ່ຈຳເປັນ.
 d) ປະຕິບັດວຽກງານຕ່າງໆຕາມຄວາມມອບໝາຍຂອງຜູ້ອຳນວຍການໃຫຍ່
 e) ປະສົບການ:
 - ກ່ຽວກັບຫົວໜ້າ/ ຮອງຫົວໜ້າພະແນກການຕະຫຼາດ: ມີປະສົບການ 03 ປີຂື້ນໄປໃນຂົງເຂດທຸລະກິດປະກັນໄພທົ່ວໄປ
 - ພາສາອັງກິດດີ ຫຼື ພາສາຫວຽດນາມ ຈະພີຈາລະນາເປັນພິເສດ. ຖ້າຄົນລາວຮຸ້ພາສາຫວຽດຈະພີຈາລະນະເປັນພິເສດ.
 f) ເງື່ອນໄຂລວມໃນການເຮັດວຽກ
 +) ລະດັບການສືກສາ:
 - ຮຽນຈົບປະລິນຍາຕີຂື້ນໄປ, ມີຄວາມຮູ້ກ່ຽວກັບຂອບເຂດປະກັນໄພ.
 - ຖ້ຮູ້ພາສາອັງກິດ ຫຼື ພາສາຫວຽດນາມ ຈະພີຈາລະນາເປັນພີເສດ
 - ເຂົ້າໃຈຢ່າງເລີກເຊິ່ງທາງດ້ານກົດໝາຍ ແລະ ກົດລະບຽບກ່ຽວຂ້ອງວຽກງານ, ມີຄວາມສຳພັນຢ່າງກ້ວາງຂວາງໃນທ້ອງຖີ່ນ.
 - ມີຄວາມຮຸ້ກ່ຽວກັບຜະລິດຕະພັນ ແລະ ທຸລະກິດປະກັນໄພ, ຄວາມຮູ້ກ່ຽວກັບການສະຖິຕິ
 - ນຳໃຊ້້ຄອມພິວເຕີເປັນຢ່າງດີ .
 - ຄວາມສາມາດຂາຍ ແລະ ທັກສະການສື່ສານ.
 - ສ້າງແຜນການວຽກງານ ແລະ ພັດທະນາຕົວເອງ.
 - ອາຍຸ: ບໍ່ເກີ່ນ 40 ປີ.
 +) ທັກສະວຽກງານນ
 - ເປັນເຈົ້າການ, ແຂງກ້າ, ມີຫົວຄິດປະດິດສ້າງໃນການເຮັດວຽກ, ຄວາມສາມາດໃນການເຮັດວຽກເອກະລາດ ຫຼື ເປັນໜ່ວຍງານໄດ້ດີ
 - ບຸກຄະລິກດີ, ມີໄຫວພິບ, ມີຫົວຄິດປະດິດສ້າງ, ແບບແຜນການເຮັດວຽກມີສີມືອາຊີບ

2. ພະນັກງານການຕະຫຼາດຈຳນວນ 10 ຄົນ ປະຈຳນະຄອນຫຼວງວຽງຈັນ, ເມືອງ ປາກເຊ
 a) ວຽກງານ:
 - ຄົ້ນຄ້ວາ, ກຳແໜ້ນເນື້ອໃນບັນດາວິຊາການປະກັນໄພໄດ້ອະນຸຍາດຜັນຂະຫຍາຍ,ຊອກຫາຕະຫຼາດ ແລະ ສ້າງແຜນການດຳເນີນທຸລະກິດຕາມຂອບເຂດທີ່ຕົນຮັບຜິດຊອບ.
 - ສະເໜີ / ປະຕິບັດລາຍການຈ່າວຂາຍ ເພື່ອຊຸກຍຸ້ ແລະ ຍົກສູງປະສິດທິຜົນການຂຸດຄົ້ນປະກັນໄພຂອງພະແນກ/ ບໍລິສັດ
 - ຜັນຂະຫຍາຍປະຕິບັດແຜນການຂຸດຄົ້ນປະກັນໄພຕາມຄາດໝາຍຂອງແຜນການທີ່ໄດ້ມອບໝາຍ
 + ຊອກຫາໂດຍກົງ, ໃຫ້ຄຳປືກສາລູກຄ້າ,ປະຕິບັດການຈ່າວຂາຍ, ເຊັນສັນຍາ, ອອກສັນຍາປະກັນໄພ, ເກັບຄ່າທຳນຽມປະກັນໄພ
 + ກໍ່ສ້າງ, ຄຸ້ມຄ້ອງ ແລະ ພັດທະນາລະບົບຕົວແທນ, ຜູ້ຮ່ວມງານຂຸດຄົ້້ນປະກັນໄພ.
 - ປະຕິບັດວຽກສະຖິຕິ, ລາຍງານເປັນໄລຍະເວລາອັນແນ່ນອນ/ ໂດຍບັງເອີນຕາມລະບຽບການຂອງບໍລິສັດ
 - ມີສ່ວນຮ່ວມໃນການໂຄສະນາຮຸບພາບຂອງບໍລິສັດໄປສຸ່ລຸກຄ້າ.
 b) ວຽກງານຄຸ້ມຄ້ອງ ແລະ ໃຫ້ບໍລິການລຸກຄ້າ:
 - ປະຕິບັດວຽກງານໃຫ້ບໍລິການລຸກຄ້າໃນຂອບເຂດທີ່ຕົນຮັບຜິດຊອບ, ເກັບກຳຂໍ້ມູນກ່ຽວກັບຄວາມສ່ຽງປະກັນໄພ, ຮັບເອົາ ແລະ ແກ້ໄຂຂັ້ນຕົ້ນຕໍ່ກັບຄວາມເສຍຫາຍຢູ່ໃນຂອບເຂດທີ່ BSH ຮັບຜິດຊອບ.
 - ຕິດຕາມເອກະສານຂອງລຸກຄ້າ, ລາຍງານສັນຍາຕໍ່, ເກັບໄວ້ການສື່ສານກັບລູກຄ້າ ແລະ ແນະນຳ, ຊ່ວຍເຫຼືອໃຫ້ລູກຄ້າໃນເວລາທີ່ຈຳເປັນ.
 c). ເງື່ອນໄຂລວມໃນການເຮັດວຽກ
 +) ລະດັບການສືກສາ:
 - ຮຽນຈົບປະລິນຍາຕີຂື້ນໄປ, ມີຄວາມຮູ້ກ່ຽວກັບຂອບເຂດປະກັນໄພ.
 - ຖ້ຮູ້ພາສາອັງກິດ ຫຼື ພາສາຫວຽດນາມ ຈະພີຈາລະນາເປັນພີເສດ
 - ເຂົ້າໃຈຢ່າງເລີກເຊິ່ງທາງດ້ານກົດໝາຍ ແລະ ກົດລະບຽບກ່ຽວຂ້ອງວຽກງານ, ມີຄວາມສຳພັນຢ່າງກ້ວາງຂວາງໃນທ້ອງຖີ່ນ.
 - ມີຄວາມຮຸ້ກ່ຽວກັບຜະລິດຕະພັນ ແລະ ທຸລະກິດປະກັນໄພ, ຄວາມຮູ້ກ່ຽວກັບການສະຖິຕິ
 - ນຳໃຊ້້ຄອມພິວເຕີເປັນຢ່າງດີ .
 - ຄວາມສາມາດຂາຍ ແລະ ທັກສະການສື່ສານ.
 - ສ້າງແຜນການວຽກງານ ແລະ ພັດທະນາຕົວເອງ.
 - ອາຍຸ: ບໍ່ເກີ່ນ 40 ປີ.
 +) ທັກສະວຽກງານນ
 - ເປັນເຈົ້າການ, ແຂງກ້າ, ມີຫົວຄິດປະດິດສ້າງໃນການເຮັດວຽກ, ຄວາມສາມາດໃນການເຮັດວຽກເອກະລາດ ຫຼື ເປັນໜ່ວຍງານໄດ້ດີ
 - ບຸກຄະລິກດີ, ມີໄຫວພິບ, ມີຫົວຄິດປະດິດສ້າງ, ແບບແຜນການເຮັດວຽກມີສີມືອາຊີບ.

II. ພະນັກງານແກ້ໄຂຄະດີຈຳນວນ 2 ຕຳແໜ່ງ ປະຈຳຢູ່ນະຄອນຫຼວງວຽງຈັນ
 1. ຄວາມຮັບຜິດຊອບ, ໜ້າທີ່ວຽກ
 + ວຽກງານໂດຍກົງ
 - ຮັບເອົາບັນດາເອກະສານຮ້ອງທຸກ, ແກ້ໄຂໂດຍກົງບັນດາຮ້ອງທຸກໃນພາລະບົດບາດໄດ້ມອບໝາຍ
 - ປະເມີນຜົນຄວາມເສຍຫາຍ:ມາຮອດສະຖານທີ່ເກີດອຸປະຕິເຫດເພື່ອຊ່ວຍລູກຄ້າແລະບັນທຶກເຫດການອຸປະຕິເຫດ, ເກັບກໍາຂໍ້ມູນ
 - ການກວດສອບບັນຫາຮ້ອງທຸກ, ບັນທຶກເອກະສານການປະເມີນ: ຄວາມຖືກຕ້ອງ;
 - ການພົວພັນ ແລະ ໃຫ້ຄຳຕອບຢ່າງໂດຍກົງຕໍ່ກັບບັນຫາຮ້ອງທຸກຂອງລູກຄ້າ.
 - ສ້າງຕັ້ງ ແລະ ພົວພັນໂດຍກົງກັບພາກສ່ວນພາຍນອກເພື່ອຊ່ວຍເຫຼືອໃຫ້ການປະເມີນຜົນ
 + ວຽກງານຄຸ້ມຄ້ອງ
 - ມີສ່ວນຮ່ວມໃນການສະຖິຕິ, ວິເຄາະຕົວເລກກ່ຽວກັບສະພາບຕົວຈິງຄວາມເສຍຫາຍຂອງບໍລິສັດ.
 - ປະກົດເຫັນບັນດາບັນຫາມີຄວາມຜິດພາດ ແລະ ເເນະນຳໃຫ້ຜູ້ນຳ ມາດຕະການແກ້ໄຂໃນຂັ້ນຂອດການຄົ້ນຄວ້າ ແລະ ແກ້ໄຂຄະດີ
 - ປະຕິບັດໜ້າທີ່ວຽກງານຕ່າງໆໄດ້ມອບໝາຍຕາມຄວາມມູ່ງປະສົງຂອງຫົວໜ້າພະແນກແກ້ໄຂຄະດີ
 2. ເງື່ອນໄຂໃນການສະໝັກ
 + ລະດັບການສືກສາ: ຮຽນຈົບປະລີນຍາຕີຂື້ນໄປ
 + ສາມາດນຳໃຊ້ຄອມພິວເຕີເປັນຢ່າງດີ(Microsoft word, Excel, Powerpoint, Outlook........).
 + ປະສົບການ: ຖ້າມີປະສົບການກ່ຽວກັບວຽກງານແກ້ໄຂຄະດີຢູ່ບໍລິສັດປະກັນໄພ ແລະ ຮຸ້ພາສາຫວຽດ ຫຼື ພາສາອັງກິດ ຈະພິຈາລະນາເປັນພິເສດ
 + ຄວາມສາມາດ:
 - ມີຄວາມສາມາດໃນການສື່ສານດີ ແລະ ເປັນເຈົ້າການແກ້ໄຂບັນດາບັນຫາຕ່າງໆກ່ຽວຂ້ອງຄວາມຂັດແຍ່ງ
 - ມີຄວາມສັດຊື່, ລະມັດລະວັງ, ສຸຂະພາບແຂງແຮງດີ, ສາມາດເຮັດວຽກໃນບັນຍາກາດທີ່ມີຄວາມກົດດັນສູງ ແລະ ມີຄວາມພ້ອມຈະໄປເຮັດວຽກຕ່າງແຂວງ
 + ອາຍຸ: ບໍ່ເກີນ 35 ປີ.
 III. ພະນັກງານ ຕ້ອນຮັບ ເພດຍິງ ຈຳນວນ 01 ຄົນ ປະຈຳຢູ່ ນະຄອນຫຼວງ ວຽງຈັນ
 1. ວຽກງານ
 - ຮັບເອົາ, ຊັບຊ້ອນ ແລະ ໂອນເອກະສານ, ຈົດໝາຍ, ເຄື່ອງຝາກ,...... ເຖິງບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງລູກຄ້າ ແລະ ບໍລິສັດ.
 - ຮັບ ແລະ ຕອບໂທລະສັບ, ແຟັກມາ ແລະ ຍ້າຍມາໃຫ້ບັນດາຫົວໜ່ວຍທີ່ກ່ຽວຂ້ອງ.
 - ຮັບຕ້ອນ ແລະ ແນະນຳລູກຄ້າ.
 - ກະກຽມຫ້ອງປະຊຸມ.
 - ປະຕິບັດວຽກງານຕ່າງໆ ຕາມການຊິ້ນຳຂອງຫົວໜ້າ.
 2. ເງື່ອນໄຂໃນການສະໝັກ
 - ລະດັບວິຊາສະເພາະ: ຮຽນຈົບປະລິຍາຕີຂື້ນໄປ
 - ມີບຸກຄະລິກດີ
 - ນຳໃຊ້ຄອມພິວເຕີດີ
 - ພາສາ: ອ່ານ,ຟັງ, ຂຽນ, ເວົ້າ ພາສາຫວຽດ ດີ
 - ອາຍຸ: ບໍ່ເກີນ 25 ປີ
 3. ຄວາມສາມາດ
 - ມີຄວາມສາມາດໃນການສື່ສານດີ, ສຸພາບ, ມີຄວາມຊື່ສັດ, ລະມັດລະວັງ, ວອງໄວ,ມີໜ້າທີ່ ແລະ ມີຄວາມຮັບຜິດຊອບສູງ.
 - ການປຸງແຕ່ງຂໍ້ຄວາມ, ການຄຸ້ມຄອງເອກະສານແລະການບັນທຶກຂໍ້ມູນທັກສະ

ເອກະສານປະກອບ (ສຳເນົາ):
 1. ແບບຟອມສະໝັກ ( download ໃນ Website ຂອງ ບໍລິສັດ www.bshlao.com )
 2. ໃບຄຳຮ້ອງຂຽນດ້ວຍຕົນເອງ; ຊີວະປະຫວັດທົ່ວໄປ (ເປັນເພົາ 4 ໜ້າ); ໃບກວດສຸຂະພາບ,ໃບແຈ້ງໂທດ, ກອ໋ບປີ້ປື້ມສຳມະໂນຄົວ ແລະ ບັດປະຈຳຕົວ.
 3. ກອ໋ບປີ້ໃບປະກາດສະນິຍະບັດ ດ້ານວິຊາສະເພາະ ແລະ ໃບຄະແນນ.
 4. ຮູບຂະໜາດ 3 x 4 ຈຳນວນ 2 ໃບ (ຮູບຖ່າຍບໍ່ເກີນ 6 ເດືອນ)
 ຜູ້ທີ່ຖືກຄັດເລືອກເຂົ້າມາເຮັດວຽກຈະມີໂອກາດເຂົ້າຮ່ວມບັນດາຊຸດເຝິກອົບຮົມຕ່າງໆ ເພື່ອຍົກລະດັບວິຊາສະເພາະ, ຈະມີໂອກາດກ້າວໜ້າ ແລະ ມີລາຍຮັບດີ.
 • ກະລຸນາມາພົວພັນເອົາແບບຟອມສະໝັກ ໄດ້ທີ່: ຊັ້ນ 03, ອາຄານ ທະນາຄານ SHB ,ເຮືອນເລກທີ 44, ຖະໜົນລ້ານຊ້າງ, ບ.ຫັດສະດີໄຕ້, ມ. ຈັນທະບູລີ, ນະຄອນຫຼວງ ວຽງຈັນ.

Download Curriculum Vitae <Here>