info.bshlao@bshc.com.vn Hotline: 020 99 456 456 - 020 99 678 678

Sacombank Laos ແລະ BSH Laos ລົງນາມສັນຍາໃນການຮ່ວມມືຮອບດ້ານ

ຕອນບ່າຍຂອງວັນທີ 23 ສິງຫາ 2024 ທີ່ນະຄອນຫຼວງວຽງຈັນ, ທະນາຄານໄຊງ່ອນເທື່ອງຕິ່ນ ລາວຈຳກັດ ຜູ້ດຽວ (Sacombank Laos) ແລະ ບໍລິສັດປະກັນໄພ BSH Lao ຈຳກັດ ໄດ້ລົງນາມໃນສັນຍາການຮ່ວມມືຮອບດ້ານຢ່າງເປັນທາງການ. ພິທີ​ລົງ​ນາມ​ໄດ້​ຈັດ​ຂຶ້ນ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ Trần Đình Nam, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ Sacombank Laos ແລະ ທ່ານ Nguyễn Mậu Hùng Minh, ຜູ້​ອຳ​ນວຍ​ການ​ໃຫຍ່ BSH Laos ໂດຍ​​ການ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ Phan Thanh Tuấn, ຜູ້ອຳນວຍການ​ໃຫຍ່ Sacombank Laos. ແລະ ທ່ານ ອາໂນລົດ ພັນທະວົງສາ ຮອງປະທານສະພາບໍລິຫານ ບໍລິສັດ BSH Laos ພ້ອມດ້ວຍພະນັກງານຈາກທັງສອງຝ່າຍເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ພິທີເຊັນສັນຍາການຮ່ວມມືລະຫວ່າງ Sacombank Laos ແລະ BSH Laos Insurance ພາຍຫຼັງພິທີລົງນາມ, ຜູ້ແທນທັງສອງຝ່າຍໄດ້ສະເໜີເນື້ອໃນການຮ່ວມມືຍຸດທະສາດ. Sacombank Laos ແລະ BSH Laos Insurance ຈະຮ່ວມກັນພັດທະນາ ແລະ ນຳໃຊ້ຜະລິດຕະພັນ ແລະ ການບໍລິການທາງດ້ານການເງິນແບບປະສົມປະສານ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ເພີ່ມຂຶ້ນໃນລາວ. ໂດຍສະເພາະ, ສັນຍານີ້ລວມມີ Sacombank Laos ສະໜອງຜະລິດຕະພັນປະກັນໄພຂອງບໍລິສັດ BSH Laos ຜ່ານລະບົບສາຂາຂອງທະນາຄານ, ຊ່ວຍໃຫ້ລູກຄ້າເຂົ້າເຖິງປະກັນໄພແບບຄົບວົງຈອນ. ໃນຂະນະດຽວກັນ,…

Read More >

Back To Top