ປະກາດຮັບສະໝັກພະນັກງານບັນຊີ – ບໍລິຫານ
ປະກາດຮັບສະໝັກ ພະນັກງານບັນຊີ – ບໍລິຫານ 01 ຕໍາແໜ່ງ (ປະຈຳນະຄອນຫຼວງວຽງຈັນ) ໜ້າທີ່ຮັບຜິດຊອບ: ກວດກາເອກະສານກ່ອນເຮັດໃບຮັບເງິນ, ໃບສັ່ງຈ່າຍ, ລົງບັນຊີ,… ກວດກາຄ່ານາຍໜ້າຂອງຕົວແທນ ແລະ ຄິດໄລ່ອາກອນລາຍຮັບຕົວແທນປະຈຳເດືອນ ຄຸ້ມຄອງໃບເກັບເງິນອາກອນ – ປື້ມສັນຍາປະກັນໄພ ຮັບຜິດຊອບບຸກຄະລາກອນ ຄິດໄລ່ວັນງານຂອງພະນັກງານປະຈຳເດືອນ ຄິດໄລ່ເງິນເດືອນ, ປະກັນສັງຄົມ, ອາກອນລາຍຮັບພະນັກງານ ຊ່ອຍວຽກບັນຊີ – ບໍລິຫານ ປະຕິບັດໜ້າວຽກອື່ນໆທີ່ພະແນກ, ອຳນວຍການມອບໝາຍໃຫ້ ເງື່ອນໄຂ: ລະດັບການສຶກສາຈົບຊັ້ນສູງຂື້ນໄປ (ຈະພິຈາລະນາເປັນພິເສດ ສຳລັບຜູ້ຮຽນດ້ານບັນຊີ – ການເງິນ) ສາມາດສື່ສານພາສາຫວຽດນາມ (ເວົ້າ, ຂຽນ, ອ່ານ) ໄດ້ໃນລະດັບດີ ສາມາດນຳໃຊ້ຄອມພີວເຕີໄດ້ເປັນຢ່າງດີ. ມີຄວາມຊື່ສັດ, ອົດທົນ, ກະຕືລືລົ້ນກັບໜ້າວຽກ, ມີຄວາມສາມັກຄີກັບເພື່ອນຮ່ວມງານ ເອກະສານປະກອບໃນການສະໝັກ – ແບບຟອມສະໝັກວຽກ:ພົວພັນເອົາໂດຍກົງທີ່ບໍລິສັດ ຫຼື ດາວໂຫຼດໃນເວັບໄຊ www.bshlao.com – ໃບປະກາດ + ໃບຄະແນນ – ສຳມະໂນຄົວ ຫຼື ບັດປະຈຳຕົວ – ໃບຢັ້ງຢືນທີ່ຢູ່ – ຊີວະປະຫວັດທົ່ວໄປ (ເພົາ 4 ໜ້າ) – ໃບຢັ້ງຢືນຮັບປະກັນ – ໃບຢັ້ງຢືນສຸຂະພາບ – ໃບແຈ້ງໂທດ – ຮູບ 3×4 ຈຳນວນ 2 ໃບ (ທຸກເອກະສານທີ່ປະກອບໃນການສະໝັກວຽກແມ່ນບໍ່ສາມາດຖອນຄືນໄດ້) ຈະພິຈາລະນາເປັນພິເສດສຳລັບຜູ້ສະໝັກທີ່ສົ່ງເອກະສານສະໝັກກ່ອນ ສຳພາດຊຸດທີ…